ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບວຽກງານປ້ອງກັນເສັ້ນທາງລົດໄຟລາວ-ຈີນ ປະຈໍາປີ 2023

ກົມໃຫ່ຍເສນາກອງທັບສະຫຼຸບວຽກງານປ້ອງກັນເສັ້ນທາງລົດໄຟລາວ-​ຈີນປະຈຳປີ 2023

     ໃນວັນທີ 23 ກຸມພາ 2024 ນີ້, ກົມໃຫຍ່ເສນາທິການ ໄດ້ສະຫຼຸບວຽກງານປ້ອງກັນເສັ້ນທາງລົດໄຟ ລາວ-ຈີນ ປະຈໍາປີ 2023 ແລະ
ທິດທາງແຜນການ ປະຈໍາປີ 2024, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ກໍາມະການຄະນະພັກ ກະຊວງປ້ອງ
ກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຜູ້ຕາງໜ້າບັນດາກົມ, ພະແນກການ, ກອງບັນຊາການທະຫານແຂວງ, ກະຊວງ
ປ້ອງກັນຄວາມສະຫງົບ, ກົມທາງລົດໄຟ ໂຍທາຂົນສົ່ງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພັນເອກ ກົມພັນ ຈັນທະວົງ ຮອງຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານບົດສະຫຼຸບວຽກງານປ້ອງກັນເສັ້ນ
ທາງລົດໄຟ ລາວ-ຈີນ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024, ເຊິ່ງໄລຍະຜ່ານມາ ຄະນະຊີ້ນໍາການປ້ອງກັນເສັ້ນທາງລົດ
ໄຟ ລາວ-ຈີນ ໄດ້ລົງຊຸກຍູ້ການຈັດຕັ້ງເຄື່ອນໄຫວປ້ອງກັນ ແລະ ຮັກສາຄວາມສະຫງົບຕາມເສັ້ນທາງລົດໄຟ ໄດ້ນໍາໃຊ້ກໍາລັງ ແລະ ພາຫະນະ
ຂອງບັນດາກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ ເຮັດໜ້າທີ່ປ້ອງກັນຄວາມປອດໄພ, ໄດ້ປະສານສົມທົບກັບກົມຊາຍແດນ ແລະ ສູນຮ່ວມມື
ປະຕິບັດກົດໝາຍຮັກສາຄວາມສະຫງົບຕາມລໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊິ່ງມີສໍານັກງານຕັ້ງຢູ່ ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອຝືກອົບ
ຮົມວຽກງານປ້ອງກັນເສັ້ນທາງລົດໄຟ ລາວ-ຈີນ ໄດ້ມີຜູ້ເຂົ້າຮ່ວມຝືກອົບຮົມຈາກ ກໍາລັງຫຼວງ-ກໍາລັງທ້ອງຖີ່ນ ຈໍານວນ 200 ກວ່າສະຫາຍ,
ມີສາດສະດາຈານ ມາຈາກວິທະຍາຄານຕໍາຫຼວດ ເຈີ້ງໂຈ ສປ ຈີນ ມາອົບຮົມສິດສອນ ໃຫ້ພະນັກງານ-ນັກຮົບຈົນມີຜົນສໍາເລັດເປັນຢ່າງສູງ,
ໃນນັ້ນຍັງໄດ້ກໍ່ສ້າງສໍານັກງານປ້ອງກັນ (ແຄ້ມ) ໃຫ້ກໍາລັງປ້ອງກັນເສັ້ນທາງລົດໄຟ ລາວ-ຈີນ, ໄລຍະ III ປີ 2022-2023 ຈໍານວນ 35 ຈຸດ
ສ້າງສໍາເລັດແລ້ວ 13 ຫຼັງ, ໄດ້ຈັດຕັ້ງມອບໝາຍໜ້າທີ່ໃຫ້ພະນັກງານ-ນັກຮົບ ບັນດາກົມກອງກໍາລັງຫຼວງ-ກໍາລັງທ້ອງຖີ່ນ ທີ່ຈະເຂົ້າເຮັດໜ້າ
ທີ່ປ້ອງກັນໃຫ້ແຕ່ລະພາກສ່ວນເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບໜ້າທີ່ຄວາມຮັບຜິດຊອບ ແລະ ເຫັນໄດ້ຄວາມໝາຍຄວາມສໍາຄັນ ໃນການຈັດ
ຕັ້ງປ້ອງກັນເສັນທາງລົດໄຟ ເຊິ່ງແມ່ນຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເຮັດໜ້າທີ່ຕ້ານ ແລະ ສະກັດກັ້ນ ທັບມ້າງກົນອຸບາຍ
ມ້າງເພທໍາລາຍຂອງກຸ່ມຄົນບໍ່ດີ ທີ່ເຄື່ອນໄຫວສ້າງຄວາມບໍ່ສະຫງົບຕາມເສັ້ນທາງລົດໄຟ, ຮັກສາໄດ້ຄວາມສະຫງົບປອດໄພ ແລະ ຄວາມເປັນ
ລະບຽບຮຽບຮ້ອຍຂອງສັງຄົມຕະຫຼອດໄລຍະການປະຕິບັດໜ້າທີ່ປ້ອງກັນ ແລະ ບໍ່ມີເຫດການເກີດຂຶ້ນ ເຮັດໃຫ້ການໂດຍສານຂົນສົ່ງຂອງລົດ
ໄຟ ມີຄວາມປອດໄພ 100%, ຈາກນັ້ນບັນດາສະຫາຍ ຫຼາຍພາກສ່ວນໄດ້ປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບຕື່ມອີກ.

     ໂອກາດນີ້, ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມພ້ອມທັງເນັ້ນໜັກໃຫ້ທຸກພາກສ່ວນສືບຕໍ່ເອົາໃຈ
ໃສ່ຕໍ່ໜ້າທີ່ການເມືອງຂອງຕົນ ເພີ່ມທະວີຮັດແໜ້ນຄວາມຮັບຜິດຊອບໃຫ້ສູງຂຶ້ນ ມີສະຕິ ມີຄວາມສະດຸ້ງໄວເຮັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບ
ໝາຍໃຫ້ມີຄວາມສໍາເລັດຢ່າງມີປະສິດທິພາບສູງ ແລະ ມີຄວາມປອດໄພຢ່າງຮອບດ້ານ.

ແຫຼ່ງຂ່າວໂດຍ ພຸດທະວອນ
ວັນທີ 27/02/2024